ໃນລະຫວ່າງວັນທີ 1–3 ກັນຍາ 2026, ຕາງໜ້າໂຄງການ VALTIP4 (ACIAR FST/2023/153) ໄດ້ເຂົ້າຮ່ວມກອງປະຊຸມ Wood Economic Forum Thailand 1.0 ແລະ ກອງປະຊຸມ TED Talk Keynote Session ທີ່ຈັດຂຶ້ນຄຽງຄູ່ກັນ ທີ່ສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ (KMITL) ນະຄອນບາງກອກ ປະເທດໄທ — ເຊິ່ງເປັນຂໍ້ລິເລີ່ມຮ່ວມກັນລະຫວ່າງບັນດາພາກສ່ວນຈາກປະເທດໄທ, ສວີເດັນ ແລະ ສະວິດເຊີແລນ 🇹🇭🇸🇪🇨🇭 📚 ທີມງານໄດ້ຮັບຟັງ ແລະ ແລກປ່ຽນໃນຫົວຂໍ້ທີ່ກ່ຽວຂ້ອງກັບການປ່າໄມ້ແບບຍືນຍົງ ແລະ ການປຸງແຕ່ງໄມ້ ເຊັ່ນ:🌱 ເຕັກໂນໂລຊີໄມ້ວິສະວະກຳ (CLT/LVL/OSB) ສຳລັບການກໍ່ສ້າງ🌱 ຮູບແບບການຮ່ວມມືສາມຝ່າຍ (Triple-helix) ລະຫວ່າງລັດຖະບານ, ສະຖາບັນການສຶກສາ ແລະ ພາກເອກະຊົນ🌱 ເຄື່ອງມືເຕັກໂນໂລຊີປ່າໄມ້ (Forestech) ເຊັ່ນ: ການສຳຫຼວດໄລຍະໄກ (Remote Sensing) ແລະ ລະບົບ […]
Category Archives: ການຢ້ຽມຍາມ
ໃນວັນທີ 3 ມີນາ 2026, ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ມີກຽດໄດ້ຕ້ອນຮັບຄະນະກຳມາທິການ ACIAR, ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ຄະນະຜູ້ແທນຈາກສູນຄົ້ນຄວ້າກະສິກຳສາກົນອົດສະຕຣາລີ (ACIAR) ທີ່ໄດ້ມາຢ້ຽມຍາມສູນຄົ້ນຄວ້ານະວັດຕະກຳຜະລິດຕະພັນປ່າໄມ້ (FPIRC), ມຊ. ຄະນະຜູ້ແທນທີ່ມາຢ້ຽມຍາມປະກອບມີ: 💠 ຄະນະກຳມາທິການ ACIAR 6 ທ່ານ: Mrs Fiona Simson, ປະທານຄະນະກຳມາທິການ, ຫົວໜ້າຄະນະ Emeritus Professor Lindsay Falvey, ກຳມະການ Dr Beth Woods, ກຳມະການ Mr Tony York, ກຳມະການ Dr Michelle Freeman, ກຳມະການ Mrs Lukina Lukin, ກຳມະການ 💠 ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ການຄ້າ […]



