📅 ວັນທີ 18–24 ຕຸລາ 2026
📍 ບ້ານໂພນໄຮ ແລະ ບ້ານໂພໄຊ ເມືອງເຊໂປນ ແຂວງສະຫວັນນະເຂດ
ທີມງານດ້ານເພດພາວະສຶກສາ (Gender Team) ຈາກຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ລົງເກັບກຳຂໍ້ມູນພາກສະໜາມ ພາຍໃຕ້ໂຄງການ VALTIP4 (ACIAR FST/2023/153) 🏡

👫 ການເກັບຂໍ້ມູນດ້ວຍວິທີ GALS
🔹 ໃຊ້ວິທີ Gender Action Learning System (GALS) ມີຜູ້ເຂົ້າຮ່ວມທັງໝົດ 19 ຄົນ
🔹 ເກັບຂໍ້ມູນກົນໄກເພດພາວະ ເຊັ່ນ ການແບ່ງງານ ⚖️ ການຕັດສິນໃຈ 🗣️ ແລະ ການນຳໃຊ້ເວລາໃນຊີວິດປະຈຳວັນຂອງເພດຍິງ ແລະ ເພດຊາຍ ⏰
🔹 ເພື່ອສ້າງຄວາມເຂົ້າໃຈໃນການສົ່ງເສີມໃຫ້ແມ່ຍິງໄດ້ຮັບຜົນປະໂຫຍດຈາກການປູກໄມ້ ແລະ ການປຸງແຕ່ງໄມ້ໃນຊຸມຊົນ 🌳




📱 ການສຳຫຼວດດ້ວຍ Kobo Survey
🔹 ປະຊາຊົນທີ່ປູກໄມ້ສັກ ເຂົ້າຮ່ວມ 44 ຄົນ 🌲
🔹 ພະນັກງານໃນໂຮງງານຊັນເປເປີ ເຂົ້າຮ່ວມ 22 ຄົນ 🏭
🔹 ຈາກທັງສອງບ້ານ



💡 ກິດຈະກຳນີ້ຊ່ວຍເສີມສ້າງຄວາມເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ ເຊິ່ງເປັນຂໍ້ມູນພື້ນຖານສຳຄັນຂອງໂຄງການ ໃນການສຶກສາດ້ານຄວາມເທົ່າທຽມທາງເພດ ແລະ ການມີສ່ວນຮ່ວມຂອງສັງຄົມ (GESI) 🤝





#VALTIP4 #GALS #GenderRoles #FieldResearch #Xepon #Savannakhet #NUoL #ACIAR #Griffith

