ຕ້ອນຮັບຄະນະຜູ້ແທນ ACIAR ແລະ ຜູ້ຕາງໜ້າສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ

ໃນວັນທີ 3 ມີນາ 2026, ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ມີກຽດໄດ້ຕ້ອນຮັບຄະນະກຳມາທິການ ACIAR, ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ຄະນະຜູ້ແທນຈາກສູນຄົ້ນຄວ້າກະສິກຳສາກົນອົດສະຕຣາລີ (ACIAR) ທີ່ໄດ້ມາຢ້ຽມຍາມສູນຄົ້ນຄວ້ານະວັດຕະກຳຜະລິດຕະພັນປ່າໄມ້ (FPIRC), ມຊ.

ຄະນະຜູ້ແທນທີ່ມາຢ້ຽມຍາມປະກອບມີ:

💠 ຄະນະກຳມາທິການ ACIAR 6 ທ່ານ:

Mrs Fiona Simson, ປະທານຄະນະກຳມາທິການ, ຫົວໜ້າຄະນະ

Emeritus Professor Lindsay Falvey, ກຳມະການ

Dr Beth Woods, ກຳມະການ

Mr Tony York, ກຳມະການ

Dr Michelle Freeman, ກຳມະການ

Mrs Lukina Lukin, ກຳມະການ

💠 ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ອົດສະຕຣາລີ 1 ທ່ານ:

Mr Jean Bernard Carrasco, ຜູ້ຊ່ວຍເລຂາທິການ, ພະແນກຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການເງິນ, DFAT ນະຄອນຫຼວງແຄນເບີຣາ

💠 ພະນັກງານ ACIAR 5 ທ່ານ:

Dr Nick Austin, ຜູ້ອຳນວຍການໃຫຍ່ (CEO) ຂອງ ACIAR

Dr Suzie Newman, ຜູ້ຈັດການທົ່ວໄປ ດ້ານການຮ່ວມມື, ACIAR

Ms Mali Walker, ເຈົ້າໜ້າທີ່ບໍລິຫານປະຈຳຫ້ອງການ CEO

Ounheun Saiyasith, ຜູ້ຈັດການປະຈຳພາກພື້ນ ACIAR

Khampheng Mounmeungxam, ຜູ້ຊ່ວຍຜູ້ຈັດການປະຈຳປະເທດລາວ

🙏🏻 ການຢ້ຽມຍາມຄັ້ງນີ້ ໄດ້ຮັບການຕ້ອນຮັບຍ່າງອົບອຸ່ນຈາກ Prof. Dr Desanulath Senedeuangdet ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍ Prof. Dr Sithong Thongmanivong ຄະນະບໍດີຄະນະວິທະຍາສາດປ່າໄມ້ ແລະ Prof. Dr Latsamy Boupha ຜູ້ຈັດການໂຄງການ VALTIP4 ປະຈຳປະເທດ, ພ້ອມດ້ວຍຄະນະນຳຂອງຄະນະ, ທີມງານໂຄງການ, ອາຈານ ແລະ ນັກສຶກສາ.

ການຢ້ຽມຍາມຄັ້ງນີ້ ແມ່ນສ່ວນໜຶ່ງຂອງການຮ່ວມມືພາຍໃຕ້ໂຄງການ VALTIP4 — ການຂະຫຍາຍການປ່າໄມ້ ແລະ ການປຸງແຕ່ງໄມ້ແບບຍືນຍົງ ໃນ ສປປ ລາວ ແລະ ອົດສະຕຣາລີ (ACIAR FST/2023/153) — ເຊິ່ງຈັດຕັ້ງປະຕິບັດໂດຍ ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລ Griffith, AUN, UoM, DPI (ອົດສະຕຣາລີ) ແລະ ກົມປ່າໄມ້ ສປປ ລາວ, ພ້ອມດ້ວຍຄູ່ຮ່ວມງານພາກເອກະຊົນໃນ ສປປ ລາວ ແລະ ອົດສະຕຣາລີ. ຄະນະຜູ້ແທນໄດ້ຢ້ຽມຊົມສູນຄົ້ນຄວ້ານະວັດຕະກຳຜະລິດຕະພັນປ່າໄມ້, ພົບປະກັບທີມງານຄົ້ນຄວ້າ ແລະ ຮັບຟັງການນຳສະເໜີພາບລວມຂອງໂຄງການ VALTIP1–4.

ຄະນະວິທະຍາສາດປ່າໄມ້ ຂໍສະແດງຄວາມຂອບໃຈຍ່າງຈິງໃຈມາຍັງຄະນະກຳມາທິການ ACIAR, ພະນັກງານ ACIAR ແລະ DFAT ທີ່ໄດ້ມາຢ້ຽມຍາມ, ແລະ ຫວັງວ່າຈະໄດ້ຮ່ວມມືກັນຕໍ່ໄປ ເພື່ອຜົນປະໂຫຍດຂອງຂະແໜງປ່າໄມ້ ແລະ ອຸດສາຫະກຳໄມ້ ຂອງ ສປປ ລາວ ແລະ ອົດສະຕຣາລີ. 🌳🪵✨

📍ສູນຄົ້ນຄວ້ານະວັດຕະກຳຜະລິດຕະພັນປ່າໄມ້, ມະຫາວິທະຍາໄລແຫ່ງຊາດ

🤝 ໂຄງການ VALTIP4 | ACIAR FST/2023/153 | ມຊ x ມະຫາວິທະຍາໄລ Griffith.

#VALTIP4 #ACIAR #NUoL #GriffithUniversity #DFAT #LaosAustraliaCooperation

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *