📅 ວັນທີ 21 ຕຸລາ 2026 ໃນມື້ນີ້, ໂຄງການ VALTIP4 ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ໂດຍເນັ້ນໃສ່ 3 ຂະແໜງການຫຼັກ: 🌲 ວຽກງານປ່າໄມ້ 🚛 ການຂຸດຄົ້ນ ແລະ ການຂົນສົ່ງໄມ້ 🏭 ວຽກງານໃນໂຮງງານອຸດສາຫະກຳໄມ້ ກອງປະຊຸມໄດ້ມີການນຳສະເໜີພາບລວມຂອງໂຄງການ VALTIP4 ແລະ ຜົນການທົບທວນເອກະສານກ່ຽວກັບວຽກງານສຸຂະພາບ ແລະ ຄວາມປອດໄພ (OH&S) ພ້ອມທັງສ້າງເວທີໃຫ້ຜູ້ເຂົ້າຮ່ວມແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລືກ່ຽວກັບຄວາມສ່ຽງ ແລະ ແນວທາງສ້າງສະພາບແວດລ້ອມການເຮັດວຽກທີ່ປອດໄພ ສຳລັບແຮງງານໃນຕ່ອງໂສ້ມູນຄ່າໄມ້💚 #VALTIP4 #ACIAR #NUoL #ສຸຂະພາບແລະຄວາມປອດໄພ #ຄວາມປອດໄພໃນການເຮັດວຽກ #ປ່າໄມ້ #ອຸດສາຫະກຳໄມ້ #ລາວ


