📅 ວັນທີ 21 ຕຸລາ 2026
ໃນມື້ນີ້, ໂຄງການ VALTIP4 ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ໂດຍເນັ້ນໃສ່ 3 ຂະແໜງການຫຼັກ:
🌲 ວຽກງານປ່າໄມ້
🚛 ການຂຸດຄົ້ນ ແລະ ການຂົນສົ່ງໄມ້
🏭 ວຽກງານໃນໂຮງງານອຸດສາຫະກຳໄມ້
ກອງປະຊຸມໄດ້ມີການນຳສະເໜີພາບລວມຂອງໂຄງການ VALTIP4 ແລະ ຜົນການທົບທວນເອກະສານກ່ຽວກັບວຽກງານສຸຂະພາບ ແລະ ຄວາມປອດໄພ (OH&S) ພ້ອມທັງສ້າງເວທີໃຫ້ຜູ້ເຂົ້າຮ່ວມແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລືກ່ຽວກັບຄວາມສ່ຽງ ແລະ ແນວທາງສ້າງສະພາບແວດລ້ອມການເຮັດວຽກທີ່ປອດໄພ ສຳລັບແຮງງານໃນຕ່ອງໂສ້ມູນຄ່າໄມ້💚



#VALTIP4 #ACIAR #NUoL #ສຸຂະພາບແລະຄວາມປອດໄພ #ຄວາມປອດໄພໃນການເຮັດວຽກ #ປ່າໄມ້ #ອຸດສາຫະກຳໄມ້ #ລາວ


