ໃນລະຫວ່າງວັນທີ 14–16 ກໍລະກົດ 2026, ໂຄງການ VALTIP4 (ACIAR FST/2023/153) ຮ່ວມກັບຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ເກັບກຳຂໍ້ມູນພື້ນຖານດ້ານເພດ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍນຳໃຊ້ຊຸດເຄື່ອງມື Gender Action Learning System (GALS).

🎯 ຈຸດປະສົງ:
📌 ເກັບກຳ ແລະ ວິເຄາະຂໍ້ມູນພື້ນຖານດ້ານເພດພາຍໃນຊຸມຊົນ
📌 ນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄູຝຶກ GALS ທີ່ຜ່ານມາ ໄປປະຕິບັດຕົວຈິງໃນລະດັບບ້ານ
📌 ສ້າງຖານຂໍ້ມູນ ເພື່ອສະໜັບສະໜູນການວາງແຜນ ແລະ ການພັດທະນາຂອງໂຄງການໃນຕໍ່ໜ້າ

ນີ້ແມ່ນບາດກ້າວສຳຄັນ ຫຼັງຈາກການຝຶກອົບຮົມຄູຝຶກ GALS ທີ່ຜ່ານມາ ໂດຍນຳເອົາເຄື່ອງມືໄປນຳໃຊ້ຕົວຈິງໃນລະດັບບ້ານ ທີ່ແຂວງສະຫວັນນະເຂດ.




