
ໃນລະຫວ່າງວັນທີ 10–14 ມີນາ 2026, ໂຄງການ VALTIP4 (ACIAR FST/2023/153) ຮ່ວມກັບສະມາຄົມແມ່ຍິງຮ່ວມມືເພື່ອການພັດທະນາ (MHP) ໄດ້ຈັດການຝຶກອົບຮົມຄູຝຶກ ກ່ຽວກັບຊຸດເຄື່ອງມື GALS ທີ່ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ.

ສະມາຊິກທີມງານໂຄງການ 12 ຄົນ (ຍິງ 10 ຄົນ) ໄດ້ຮຽນຮູ້ ແລະ ຝຶກປະຕິບັດເຄື່ອງມື GALS ທັງ 6 ຢ່າງ — Life Goals, Diamond, Balance Tree, Relationship Web ແລະ Vision Journey — ລວມທັງຝຶກເປັນຜູ້ອຳນວຍຄວາມສະດວກຕົວຈິງຢູ່ບ້ານໃນທ້ອງຖິ່ນ ເພື່ອເສີມສ້າງການເກັບກຳຂໍ້ມູນທີ່ຄຳນຶງເຖິງບົດບາດຍິງ-ຊາຍ ຕະຫຼອດຕ່ອງໂສ້ມູນຄ່າປ່າໄມ້ ນັບແຕ່ການປູກ ຈົນເຖິງການປຸງແຕ່ງໄມ້.

ຜົນຫຼັງການຝຶກອົບຮົມສະແດງໃຫ້ເຫັນວ່າ 66% ຂອງຜູ້ເຂົ້າຮ່ວມ ສາມາດນຳໃຊ້ເຄື່ອງມືໄດ້ຍ່າງໝັ້ນໃຈ — ເຊິ່ງເປັນບາດກ້າວສຳຄັນໃນການເຊື່ອມສານການວິເຄາະດ້ານເພດ ເຂົ້າໃນວຽກງານຂອງໂຄງການ VALTIP4. ຂັ້ນຕອນຕໍ່ໄປ: ຂະຫຍາຍການນຳໃຊ້ GALS ໄປຍັງ 4 ບ້ານເປົ້າໝາຍຂອງໂຄງການ ທີ່ແຂວງສະຫວັນນະເຂດ.



